ຍີ່ປຸ່ນ ແລະ ສ ອາເມຣິກາຈະສົ່ງນັກບິນ ອະວະກາດຂຶ້ນສຳຫຼວດດວງເດືອນ
ອີງຕາມລາຍງານຈາກເວັບໄຊທ໌ Japantimes.co.JP ເປີດເຜິຍ ວັນທີ 24 ທັນວາ 2023 ນີ້ວ່າ: ຍີ່ປຸ່ນ ແລະ ສະຫະລັດ
ອາເມຣິກາ ມີແຜນກຽມການເທື່ອສຸດທ້າຍທີ່ຈະສົ່ງນັກບິນອະວະກາດຊາວຍີ່ປຸ່ນຂຶ້ນສູ່ດວງເດືອນ ພາຍໃຕ້ໂຄງການສຳຫຼວດດວງ
ເດືອນທີ່ນຳໂດຍສະຫະລັດຄັ້ງທຳອິດ.
ລາຍງານໃຫ້ຮູ້ວ່າ: ໂຄງການສຳຫຼວດກ່ຽວກັບດວງເດືອນຄັ້ງນີ້ ແມ່ນມີຈຸດປະສົງເພື່ອເຮັດໃຫ້ ບັນລຸເປົ້າໝາຍການຂຶ້ນປັກຫຼັກ
ໝາຍເທິງດວງເດືອນຄັ້ງປະຫວັດສາດ ໂດຍການສົ່ງນັກບິນອະວະກາດຊາວສະຫະລັດ ຂຶ້ນຢຽບພື້ນຜິວດວງເດືອນຄັ້ງທຳ ອິດໃນໄລ
ຍະເວລາຫຼາຍກວ່າເຄິ່ງ ສະຕະວັດ, ຄາດວ່າໄວສຸດພາ ລະກິດດັ່ງກ່າວຈະສຳເລັດ ໃນປີ 2025 ແລະ ນັກບິນອະວະກາດຊາວ ຍີ່ປຸ່ນ
ຈະເປັນຄົນຕໍ່ໄປທີ່ຈະຂຶ້ນສູ່ດາວທຽມຂອງໂລກ.
ນອກຈາກນີ້, ທັງສອງປະເທດຍັງໄດ້ວາງແຜນກ່ຽວກັບການສົ່ງນັກບິນອະວະກາດຊາວຍີ່ປຸ່ນຄົນທີ່ສອງຂຶ້ນສູ່ດວງເດືອນ ແລະ
ຄາດວ່າຈະສະຫຼຸບແຜນໄດ້ພາຍໃນເດືອນມັງກອນ 2024 ນີ້. ໃນພາລະກິດດັ່ງກ່າວ, ຍີ່ປຸ່ນ ບໍ່ພຽງແຕ່ມີສ່ວນຮ່ວມໃນການບຸກເບີກ
ເສັ້ນທາງດຳເນີນໂຄງ ການສຳຫຼວດດວງເດືອນເທົ່ານັ້ນ, ແຕ່ຍັງມີສ່ວນຮັບຜິດຊອບ ໃນການນຳສົ່ງວັດຖຸອຸປະກອນຕ່າງໆ ໂດຍສະ
ເພາະແມ່ນວັດຖຸທີ່ຈະຊ່ວຍໃນການພັດທະນາຜູ້ເດີນທາງເທິງດວງເດືອນໃຫ້ສາ ມາດເຄື່ອນໂຕໄປໄດ້ໂດຍບໍ່ໃສ່ຊຸດອະວະກາດ.
ລາຍງານຍັງໃຫ້ຮູ້ອີກວ່າ: ຄຽງຄູ່ກັບການສຳຫຼວດດວງເດືອນໃນ ໂຄງການຄັ້ງນີ້ ຍັງມີເປົ້າໝາຍ ເພື່ອສຳຫຼວດດາວອັງຄານຕື່ມອີກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/01/2024